วันพุธที่ 21 กันยายน พ.ศ. 2554

ເລີ່ມຕົ້ນປະຖົມມະສົມໂພທິ (ພາບທີ 1)

ເລີ່ມຕົ້ນປະຖົມມະສົມໂພທິ (ພາບທີ 1)
- ໂກລາຫົນ ແປວ່າຄວາມແຕກຕື່ນ ໃນທາງພຸດທະສາສນາໝາຍເຖິງການ ແຕກຕື່ນຂອງເລົ່າເທວະດາ ມີ 5 ຢ່າງ ຄື:

1. ກັປປໂກລາຫົລ : ແຕກຕື່ນວ່າອີກແສນປີໂລກະທາດ ແລະຈັກກະວານ ຈັກສິ້ນແລ້ວ.

2. ຈັກກວັຕຕິໂກລາຫົລ : ແຕກຕື່ນອີກວ່າ 100 ປີພຣະເຈົ້າຈັກກະພັດ ຈັກປະສູຕິ.

3. ພຸທທໂກລາຫົລ : ແຕກຕື່ນວ່າອີກພັນປີພຣະສັມມາສັມພຸທທະເຈົ້າຈະອຸ ບັຕິຂຶ້ນໃນໂລກ.

4. ມັງຄລໂກລາຫົລ : ແຕກຕື່ນວ່າອີກ 12 ປີພຣະພຸດທະເຈົ້າຈະຕັສບອກ ມຸງຄຸລ.

5. ໂມເນຍຍໂກລາຫົລ : ແຕກຕື່ນວ່າອີກ 7 ປິພຣະພຸທທະຈະຕັສບອກໂມເນຍຍະປະຕິບັຕິ.
- ຄວາມໂກລາຫົນ 5 ປະກາຣນີ້ເກີດຂຶ້ນໃນຍຸຄໂລກ ວ່າງພຣະພຸທທະສາສນາ.
ອ້າງອີງ : ພຣະສູຕຕັນຕະປິດົກ ຂຸທທະນິກາຍ ສຸຕຕະນິບາຕ ເຫຼັ້ມ 1 ພາຄ 6 - ໜ້າ ທີ 129

- ເມື່ອພຣະເວສສັນດຣໂພທິສັຕວ໌ ສະຫວັນນະຄົຕແລ້ວ ສເດັຈໄປອຸບັຕເປັນສັນຕຸສິຕະເທພບຸຕ ໃນສວັນຄ໌ຊັ້ນຕຸສິຕາ ກ່ອນພຸທທະກາລເຫິງນານປະມານກາຣບໍ່ໄດ້.

- ເມື່ອເຖິງເວລາກ່ອນພຸດທະການເລັກນ້ອຍນັ້ນ ເຫຼົ່າເທພເທວາ ທຸກຊັ້ນຟ້າມາປະຊຸມກັນ ໂດຍມີພຣະຍາອິນທຣ໌ສຸຣິນທຣາເປັນປະທານ ວ່າໃຜຈະຕັສຮູ້ເປັນພຣະພຸທທະເຈົ້າ ຈຶ່ງເຫັນວ່າຕຸສິຕາເທພບຸຕ ໄດ້ພໍ່າເພັງພຽນປາຣະມີ 30 ທັສ ເຕັມປ່ຽມບໍຣິບູນ ສີ່ອະສົງໄຂ ປາຍແສນມະຫາກັປແລ້ວ ຈຶ່ງພາກັນໄປອັງເຊິນໃຫ້ລົງມາຈຸຕິ ໂຜສສັຕວ໌ໂລກໃຫ້ສົມກັບພຣະປະນິທານ ທີ່ຕັ້ງໄວ້ວ່າທຣົງບຳເພັງປາຣະມີໃນຊາຕິໃດໆ ພຣະໂພທິສັຕວ໌ກໍບໍ່ໄດ້ຫວັງປາຖນາ ມຸ້ງຫວັງຊັພທ໌ສົມບັຕິໃດໆ ນອກເໜືອຈາກຄວາມເປັນພຣະພຸທທະເຈົ້າ ຢ່າງເດັດດ່ຽວໜຽວໝັ້ນ.

- ບັດນີ້, ພຣະໂພທິສັຕວ໌ໄດ້ບໍາເພັນປາຣະມີຄົບ ເຕັມປ່ຽມບໍຣິບູນແລ້ວ ເທພເທວາທຸກຊັ້ນຟ້າ ຈຶ່ງອັງເຊີນພຣະໂພທິສັຕວ໌ລົງຈາກຕຸສິຕາສວັນຄ໌ເທວະໂລກ ອຸບັຕິທີ່ຊຸມພູທີປເທີ້ນ.